Difference between revisions 39182 and 44332 on lowiki

ປາກແບ່ງ ເມືອງທ່ອງທ່ຽວ ຂອງແຂວງອຸດົມໄຊ ເປັນຈຸດແວພັກທີ່ສຳຄັນທັງຄົນ ແລະ ເຮືອຈາກຫລວງພະບາງ ຫາກຂີ່ເຮືອຂຶ້ນມາ ເຖິງປາກແບ່ງໃຊ້ເວລາປະມານ 10 ຊົ່ວໂມງ ຖ້າອອກເດີນທາງແຕ່ເຊົ້າກໍ່ຈະເຖິງທ່າເຮືອພໍດີຄ່ຳ ແຕ່ຖ້າຂີ່ເຮືອລ່ອງສາຍນ້ຳຈາກຫ້ວຍຊາຍ ແຂວງບໍ່ແກ້ວ ຈະໃຊ້ເວລາຫນ້ອຍກວ່າແຕ່ກໍ່ຕ້ອງມາແວ່ພັກຄ້າງຄືນຢູ່ທີ່ປາກແບ່ງເຊັ່ນກັນ ຖ້າໄດ້ແວ່ພັກຢູ່ບ່ອນນີ້ ຕອນເຊົ້າສາມາດຕື່ນ ຂຶ້ນມາຊົມທະເລຫມອກ ຂອງສາຍນ້ຳຂອງ ເມືອງປາກແບ່ງອ້ອມຮອບດ້ວຍຜືນປ່າທີ່ອຸດົມສົມບູນສາຍນ້ຳຈະຄົດລ້ຽວມີແກ້ງຢູ່ກາງແມ່ນ້ຳຕະ ຫລອດຢູ່ທ່າເຮືອ ຈະມີເຮືອຈອດຢູ່ຢັງຢາຍເຕັມໄປຫມົດທັງເຮືອຂົນສົ່ງສິນຄ້າ, ເ(contracted; show full)ຽວໃຫມ່ ຂອງລາວທີ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວ ເພາະການເດີນທາງໄປຕາມສາຍ ນ້ຳຂອງສາມາດເດີນທາງໄດ້ຕະຫລອດປີ ລະດັບນ້ຳຂ້ອນຂ້າງສູງສອງຟາກຝັ່ງຈະຂຽວສະອຸ່ມໄປດ້ວຍຕົ້ນໄມ້ໃຫຍ່ນ້ອຍຖ້າມາຍາມຫນາວ ອາກາດຈະເຢັນສະບາຍນ້ຳເລີ່ມບົກລົງຈະເຫັນເກະດອນຄອນແກ້ງ ແຕ່ຈະໃຊ້ເວລາເດີນທາງດົນກວ່ານັ້ນ ຍັງສາມາດເຫັນຫາດຊາຍທັງ ສອງຟາກຝັ່ງທີ່ສວຍງາມບໍລິເວນປາກແບ່ງ ຈະເປັນສູນກາງຂອງການທ່ອງທ່ຽວໃນແຂວງອຸດົມໄຊ ເພາະຈຸດເຄິ່ງກາງຂອງການແລ່ນເຮືອ ຈາກເມືອງຫ້ວຍຊາຍ ຂອງແຂວງບໍ່ແກ້ວ ມາເຖິງ ເມືອງຫລວງພະບາງ ທີ່ພັກສ່ວນໃຫຍ່ຈະຢູ່ບໍລິເວນທ່າເຮືອຈະເປັນເຮືອນພັກນ້ອຍໆຢູ່ແບບລຽບງ່າຍລາຄາຍ່ອມເຍົາ.


[[cs:Pak Beng]]
[[en:Pakbeng]]
[[ja:パークベン]]
[[nl:Pakbeng]]
[[th:เมืองปากแบ่ง]]