Difference between revisions 39777 and 40373 on lowiki

[[ຮູບ:Laos Houaixai District.png|thumb|right]]
== ປະຫວັດເມືອງຫ້ວຍຊາຍ ==
ຫ້ວຍ​ຊາຍ​ຕັ້ງ​ຢູ່​ແຄມ​ຝັ່ງແມ່­ນ້ຳ​ຂອງ​ເປັນ​ເມືອງ​ໃຫຍ່ ແຂວງ​ບໍ່​ແກ້ວ​ຟາກ​ຝັ່ງ​ປະ­ເທດລາວ,  ກົງ­ກັນ­ຂ້າມ​ກັບ​ເມືອງ​ຊຽງຂອງ​ຂອງ​ໄທ. ໃນ​ເມື່ອ​ກ່ອນເຄີຍ​ເປັນ​ສູນ​ກາງ​ການ​ຄ້າ​ທີ່​ສຳຄັນ, ປະ­ຈຸ​ບັນກາຍ­ເປັນ​ແຫລ່ງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ ແລະ ການ​ຄົມ­ມະ­ນາ­ຄົມ​ຂົນ­ສົ່ງທາງ­ນ້ຳ ແລະ ທາງ­ບົກ​ນຳ​ອີກ ເພື່ອ​ເຊື່ອມ​ໂຍງ​ທາງ​ດ້ານ​ເສດຖະ​ກິດ​ກັບ​ບັນ­ດາ​ປະ­ເທດ​ເພື່ອນບ້ານ. ປະ­ຈຸ​ບັນຂົວ​ຂ້າມ​ແມ່­ນ້ຳຂອງ​ໄດ້​ທຳ​ການ​ກໍ່­ສ້າງ​ອັນ​ເປັນການ​ເຊື່ອມ​ຕໍ່​ລະ­ຫວ່າງ​ເມືອງຊຽງ​ຂອງ-ຫ້ວຍ​ຊາຍ ແລະ ຈະຫັນ​ຫນ້າ​ເຊື່ອມ​ຕໍ່​ໄປ​ທາງ​ປະເທດ​ຈີນ.
ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ປະກອບມີ 89 ບ້ານ, 14 ກຸ່ມບ້ານ ພັດທະນາ ແລະ 1 ບ້ານໃຫຍ່ ປະກອບມີ 11,004 ຄອບຄົວ,
ມີປະຊາກອນທັງໝົດ 61,461 ຄົນ, ຍິງ 30,952 ຄົນ ( ສະຖິຕິປີ 2009 ), ປະຊາກອນໃນເກນອາຍຸ 15-40 ປີ ມີ 26,998 ຄົນ, ຍິງ 13,314 ຄົນ

== ທີ່ຕັ້ງ ແລະ ອານາເຂດ ==
* ທິດເໜືອຕິດກັບ ເມືອງເມິງ
* ທິດຕາເວັນຕົກສຽງເໜືອຕິດກັບ ເມືອງຕົ້ນເຜິ້ງ
* ທິດຕາເວັນອອກຕິດກັບ ແຂວງຫຼວງນ້ຳທາ
* ທິດຕາເວັນຕົກຕິດກັບ ຈັງຫວັດ ຊຽງຣາຍ ປະເທດໄທ
* ທິດໃຕ້ຕິດກັບ ເມືອງຜາອຸດົມ
* ທິດຕາເວັນຕົກສຽງໃຕ້ຕິດກັບ ເມືອງປາກທາ

== ສະຖານທີ່ສຳຄັນ ==
• [[ວັດຈອມເຂົາມະນີລັດ]]

• [[ພະທາດຕາກຜ້າຄຳ]]

• [[ອະນຸສອນສະຖານປະທານ ໄກສອນ ພົມວິຫານ]]

• [[ສະໜາມບິນບໍ່ແກ້ວ]]

• [[ຂົວມິດຕະພາບລາວ - ໄທ ແຫ່ງທີ 4]]

[[cs:Huay Xai]]
[[de:Ban Houayxay]]
[[en:Ban Houayxay]]
[[eo:Ban Huajsai]]
[[fr:Houei Sai]]
[[ja:フアイサーイ郡]]
[[ka:ჰუაისაი]]
[[nl:Ban Houayxay]]
[[pl:Ban Houayxay]]
[[ru:Хуэйсай]]
[[th:ห้วยทราย]]
[[vi:Huoixai]]
[[war:Ban Houayxay]]
[[zh:會晒]]