Difference between revisions 39939 and 39940 on lowikiເມືອງເຟືອງແມ່ນເມືອງໜຶ່ງເປັນເຂດພູດອຍທິດເໜືອຕິດກັບເມືອງວັງວຽງ,ທິດໃຕ້ຕິດກັບເມືອງໝ່ືນ,ທິດຕາເວັນອອກຕິດກັບເມືອງຫິນເຫີບແລະທິດຕາເວັນຕົກຕິກັບເມືອງແມດ, ເມ່ືອທ່ານໄປທ່ອງທ່ຽວເມືອງເຟືອງໂດຍຜ່ານ ທາງ 3 ແຍກ ເມືອງຫິນເຫີບ ມຸ້ງໜ້າໄປທາງທິດຕາເວັນຕົກ ຕາມເສັ້ນທາງ ຫີນເຫີບ-ຊະນະຄາມ ພຽງແຕ່ໃຊ້ເວລາ ປະມານ 35 ນາທີກໍ່ໄປເຖີງແລ້ວ.ຕາມເສັ້ນທາງແມ່ນມີພູ!ປ່າໄມ້ແລະໄຮ່ສວນຂອງປະຊາຊົນທັງ 2 ເມືອງ (ຫິນເຫີບ-ເມືອງເຟືອງ) ພໍລົດຂອງທ່ານໄປຮອດເມືອງເຟືອງ ທ່ານຈະໄດເຫັນ ທີວທັດທຳມະຊາດ ຜາທໍ່ໜໍ່ຄຳ ແລະທົ່ງນາທີ່ກວ້າງໃຫຍ່ ທີ່ອູ່ເຂົ້າອູ່ເຂົ້າອູ່ປາລ້ຽງຊີວິດປະຊາຊົນຊາວເມືອງເຟືອງ, ບ້ານທຳອິດທີ່ທ່ານເຫັນແມ່ນບ້ານດອນ ຕໍ່ດ້ວຍບ້ານທ່າ(ບ້ານທີ່ມີ 3 ແຍກ) ຖ້າທ່ານຈະໄປທ່ຽວຫຼີນ ກຸດສົງການ ອາບນ້ຳລີກທີ່ໄຫຼເຢັນ ຫາດຊາຍ ດ່ືມນ້ຳ,ດ່ືມເບຍ ປີໃໝ່, ຫຼືທ່າຢາກໄປທ່ຽວຊົມເຂື່ອນໄຟຟ້າ ກໍ່ເຊີນທ່ານລ້ຽວພວງມະໄລລົດຂອງທ່ານໄປທາງຂວາມື.ຖ້າທ່ານຈະໄປສຳນັກງານ,ຫ້ອງການຕ່າງໆແລະຕະລາດ ຂອງເມືອງ ຫຼືຢາກໄປ ເມືອງໝື່ນ,ຊະນະຄາມ,ແຂວງໄຊຍະບູລີ ແມ່ນໃຫ້ທ່ານລ້ຽວພວງມະໄລລົດຂອງທ່ານໄປທາງຊ້າຍມືຂອງທ່ານ. ຄຳຂວັນຂອງເມືອງເຟືອງ⏎ ⏎ ຜາທໍ່ໜໍ່ຄຳທລືຊ່າ ທົ່ງນາແສນກວ້າງໃຫຍ່ ປ່າໄມ້ດົກໜາ ພູຜາອ້ອມບັງ ສຽງດັງທົ່ວແຄວ້ນ ແດນເຊື້ອວິລະຊົນ (ຜູ້ສະເໜີ ທ.ໜູຄຳພົນໂຍທາ) All content in the above text box is licensed under the Creative Commons Attribution-ShareAlike license Version 4 and was originally sourced from https://lo.wikipedia.org/w/index.php?diff=prev&oldid=39940.
![]() ![]() This site is not affiliated with or endorsed in any way by the Wikimedia Foundation or any of its affiliates. In fact, we fucking despise them.
|