Difference between revisions 43033 and 44072 on lowiki

'''ຫຼັກເກນ ເຮັກເຊີ-ໂອລີນ''' (Huckster-Ohlin theorem) ແມ່ນຫຼັກເກນ ກ່ຽວກັບ ໂຄງສ້າງການຄ້າສາກົນ ຕາມການແບ່ງວຽກ ຄິດຄົ້ນທິດສະດີນີ້ໂດຍ [[ນັກເສດຖະສາດ]]ຄົນ[[ສະວີເດັນ]] [[ທ່ານ ເອລີ ເຮັກເຊີ]] ແລະ [[ທ່ານ ເບລຕີລ ໂອລີນ]]. ຫຼັກເກນດັ່ງກ່າວເວົ້າວ່າ: ໂຄງສ້າງການສົ່ງອອກ ແລະ ນຳເຂົ້າ ຂອງແຕ່ລະປະເທດ ຂຶ້ນກັບອັດຕາສ່ວນຂອງ [[ປັດໃຈການຜະລິດ]]ທີ່ມີ ເຊັ່ນ: [[ທຶນ]], [[ແຮງງານ]]ແລະ ອື່ນໆ.

ຍ້ອນຫຼັກເກນດັ່ງກ່າວ, ເຮັດໃຫ້ ທ່ານ ໂອລີນ ໄດ້ຮັບ [[ລາງວັນເສດຖະສາດທະນາຄານສະວີເດັນ ທີ່ລະນຶກ ອາລເຟຼດໂນເບລ]] ພ້ອມກັບນັກເສດຖະສາດສາກົນຄົນອັງກິດອີກທ່ານໜຶ່ງ ຄື[[ທ່ານ ເຈມສ໌ ມີດ]]ໃນປີ 1977.

== ສັງລວມຫຍໍ້ ທິດສະດີຂອງເພີ່ນ ==
ໃນໂລກທີ່ມີ 2 ປະເທດ, 2 ປັດໃຈ ແລະ 2 ຜະລິດຕະພັນ ແລະ ໃນສະພາບການທີ່ບໍ່ມີການເຄື່ອນຍ້າຍປັດໃຈ ການຜະລິດ, ຫຼັກເກນ ເຮັກເຊີ=ໂອລີນ ອະທິບາຍວ່າ:

ສຳຫຼັບປະເທດຮັ່ງມີແຮງງານ ທີ່ມີແຮງງານຫຼາຍກວ່າທຶນ, ຄ່າເຊົ່າແຮງງານຈະມີຄ່າຕໍ່າກວ່າຄ່າເຊົ່າທຶນ ດັ່ງນັ້ນ ຜະລິດຕະພັນທີ່ໃຊ້ແຮງງານຫຼາຍ ([[ສຸມແຮງງານ]]) ຈະມີຕົ້ນທຶນການຜະລິດຕໍ່າກວ່າ ຜະລິດຕະພັນທີ່ໃຊ້ ທຶນຫຼາຍ. ກົງກັນຂ້າມ ຢູ່ປະເທດຮັ່ງມີດ້ານທຶນຮອນ ທີ່ມີທຶນຫລາຍກວ່າແຮງງານ, ຄ່າເຊົ່າທຶນ ຈະຕໍ່າກວ່າຄ່າເຊົ່າ ແຮງງານ ເຮັດໃຫ້ຕົ້ນທຶນການຜະລິດສິນຄ້າທີ່ໃຊ້ທຶນຫຼາຍ ([[ສຸມທຶນ]]) ຕໍ່າກວ່າ. ຍ້ອນແນວນັ້ນ, ປະເທດຮັ່ງມີແຮງງານ ຈະສົ່ງຜະລິດຕະພັນສຸມແຮງງານອອກ ຂະນະທີ່ ປະເທດຮັ່ງມີທຶນ ກໍຈະສົ່ງຜະລິດຕະພັນສຸມທຶນ ອອກ.

== ບົດຄວາມກ່ຽວຂ້ອງ ==
* [[ແບບຈຳລອງ ເຮັກເຊີ-ໂອລີນ]]
* [[ທິດສະດີແຮງດຶງດູດໃນການຄ້າ]]


[[ໝວດ:ເສດຖະສາດ]]
[[ໝວດ:ເສດຖະສາດການຄ້າ]]
[[ໝວດ:ການຄ້າ]]

[[da:Heckscher-Ohlin-teoremet]]
[[de:Heckscher-Ohlin-Theorem]]
[[en:Heckscher–Ohlin theorem]]
[[et:Heckscheri-Ohlini teoreem]]
[[he:מודל הקשר-אולין]]
[[it:Teorema di Heckscher-Ohlin]]
[[ja:ヘクシャー=オリーンの定理]]
[[ko:헥셔 올린 모형]]
[[lt:Hekšero-Olino teorema]]
[[pl:Teoria obfitości zasobów]]
[[ru:Теория Хекшера — Олина]]
[[sv:Heckscher-Ohlin-teoremet]]
[[uk:Теорема Хекшера-Оліна]]
[[zh:HOja:ヘクシャー=オリーンの定理]]