Difference between revisions 44121 and 44217 on lowiki

[[ຮູບ:Gdp nominal and ppp 2005 world map single colour.png|thumb|right|200px|[[CIA World Factbook]] ສົມທຽບຈີດີພີໂຕຈິງ (ທາງລຸ່ມ) ແລະ ຈີດີພີດັດສົມກຳລັງຊື້ ໃນປີ 2008 (ທາງເທິງ)]]

'''ລວມຍອດຜະລິດຕະພັນພາຍໃນ''' ('''ຈີດີພີ ຫຼື GDP(ພາສາອັງກິດ)''') ແມ່ນ ຫົວໜ່ວຍພື້ນຖານໃນການວັດແທກ ຜົນຜະລິດທາງດ້ານເສດຖະກິດ ຂອງ ປະເທດ ຫຼື ເສດຖະກິດໃດໜຶ່ງ. ຈີດີພີ ສາມາດວັດແທກ ໄດ້​ 3 ວິທີ ເຊິ່ງໂດຍຫຼັກການແລ້ວ ຈະອອກມາເປັນຄ່າດຽວກັນ.
* ແບບຕາມຜົນຜະລິດ
* ແບບຕາມລາຍຮັບ
* ແບບຕາມລາຍຈ່າຍ

ໂຕຢ່າງ: 
* ແບບຕາມລາຍຈ່າຍ:

: ''ຈີດີພີ = [[ການຊົມໃຊ້ພາກເອກະຊົນ]] + [[ການລົງທຶນລວມ]] + [[ລາຍຈ່າຍລັດຖະບານ]] + ([[ການສົ່ງອອກ]] − [[ການນຳເຂົ້າ]])'', ຫຼື

<blockquote><math>GDP = C + Inv + G + \left ( eX - iM \right )</math></blockquote>

* ແບບຕາມຜົນຜະລິດ
:ມູນຄ່າເພີ່ມລວມ = ມູນຄ່າເພີ່ມຂອງທຸກຫົວໜ່ວຍການຜະລິດ = ມູນຄ່າຂາຍຜະລິດຕະພັນ - ມູນຄ່າວັດຖຸດິບເພື່ອການຜະລິດຜະລິດຕະພັນ

* ແບບຕາມລາຍຮັບ
: ''GDP = [[ຄ່າແຮງງານລູກຈ້າງ]] + [[ລວມກຳໄລທຸລະກິດ]] + [[ລວມກຳໄລອື່ນໆ]] + ພາສີອາກອນ - ເງິນຊ່ອຍເຫຼືອໃນການຜະລິດແລະນຳເຂົ້າ''
: '''GDP''' = '''COE''' + '''GOS''' + '''GMI''' + '''T<sub>P & M</sub>''' - '''S<sub>P & M</sub>'''

[[ໝວດ:ບັນຊີແຫ່ງຊາດ]]
[[ໝວດ:ດັດຊະນີ]]
[[ໝວດ:ລວມຍອດຜະລິດຕະພັນພາຍໃນ]]

[[tl:Kabuuan ng Gawang Katutubo]]