Revision 39745 of "ບ້ານວຽງຈະເລີນ" on lowiki໑. ບ້ານວຽງຈະເລີນ ເປັນບ້ານໜຶ່ງຂອງເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ບ້ານວຽງຈະເລີນໃນເມື່ອກ່ອນ ເປັນທົ່ງນາຂອງບ້ານທາດຫຼວງ(ບ້ານປ່າມ່ວງ)ເປັນສ່ວນໜຶ່ງຂອງບຶງທາດຫຼວງ, ກ່ອນປົດປ່ອຍຂຶ້ນກັບບ້ານປ່າມ່ວງ ຕາແສງທາດຫຼວງ ເມືອງໄຊເຊດຖາ, ຫຼັງປີ ໑໙໗໕ ບໍລິເວນບ້ານວຽງຈະເລີນປັດຈຸບັນ ນັ້ນມີສອງຄຸ້ມ ຄື ຄຸ້ມສີຄູນວຽງ, ຄຸ້ມປ່າມ່ວງ, ຈົນມາຮອດປີ ໑໙໘໔ ຈຶ່ງມີການຕັ້ງບ້ານວຽງຈະເລີນຂຶ້ນຢ່າງເປັນທາງການ, ບ້ານວຽງຈະເລີນ ແຕ່ປີ ໑໙໘໔ ເປັນຕົ້ນມາຂຶ້ນກັບຕາແສງທາດຫຼວງ ເມືອງໄຊເຊດຖາ ກຳແພງນະຄອນວຽງຈັນ. ໒. ປັດຈຸບັນບ້ານວຽງຈະເລີນ ກວາມເອົາສ່ວນໜຶ່ງຂອງບ້ານທາດຫຼວງເໜືອ, ບ້ານທາດຫຼວງກາງ, ບ້າທາດຫຼວງໃຕ້, ບ້ານໂພນເຄັງ ແລະບ້ານໂພນພະເນົາ ຮ່ອງແຊງ ແລະລຽບຕາມຮ່ອງບຶງທາດຫຼວງ ໃນເນື້ອທີີ່ ໗໐ ສ່ວນຮ້ອຍ ຂອງເນື້ອທີ່ທັງໝົດ ເປັນທົງນາ. ໓ ປັດຈຸບັນບ້ານວຽງຈະເລີນ ມີຕລາດ ໑ ຫຼັງ ຮຽກວ່າຕລາດທາຫຼວງໃໝ່, ຄິວລົດ, ໂຮງຮຽນລັດ ໑ ແຫ່ງ, ໂຮງຮຽນເອກະຊົນ ໒ ແຫ່ງ, ໂຮງຮຽນອະນຸບານເອກະຊົນ ໑ ແຫ່ງ, ມີວັດ ໑ ຫຼັງ ຊື່ວ່າວັດວິຈິຕທັມມາຣາມ, ພາຍໃນບ້ານມີຫ້ອງການບ້ານຖາວອນ, ສະໂມສອນ ແລະຫ້າງຮ້ານທຸຣະກິດ ຫຼາຍຂະແໜງການ. All content in the above text box is licensed under the Creative Commons Attribution-ShareAlike license Version 4 and was originally sourced from https://lo.wikipedia.org/w/index.php?oldid=39745.
![]() ![]() This site is not affiliated with or endorsed in any way by the Wikimedia Foundation or any of its affiliates. In fact, we fucking despise them.
|