Revision 40130 of "ຕຳລາຊີອີເອັສ" on lowikiຕຳລາຊີອີເອັສ (ຕຳລາ '''C'''onstant '''E'''lasticity of '''S'''ubstitution ('''CES'''))ແມ່ນ [[ຕຳລາການຜະລິດ]] ຫຼື [[ຕຳລາຜົນປະໂຫຍດ]] ທີ່ ມີຄວາມຍືດຍຸ່ນການທົດແທນຄົງທີ່. ມັກຖືກໃຊ້ເປັນ ຕຳລາທີ່ສອງໂຕອະທິບາຍຂຶ້ນໄປ ເຊັ່ນ ຕຳລາການຊົມໃຊ້ ທີ່ສັງລວມສອງປະເພດການຊົມໃຊ້, ຫຼື ຕຳລາການຜະລິດ ທີ່ສັງລວມສອງປັດໃຈເຂົ້າ ໃຫ້ ເປັນ ຫົວໜ່ວຍເອກະພາບໃດໜຶ່ງ ໂດຍທີ່ ຄວາມຍືດຍຸ່ນຂອງການທົດແທນ ຂອງ ສອງຫຼືຫຼາຍກວ່າ ໂຕອະທິບາຍເຫຼົ່ານີ້ຈະ ເປັນຈຳນວນຄົງທີ່.
==ຕຳລາການຜະລິດຊີອີເອັສ==
:<math> Q = F \cdot \left(a \cdot K^r+(1-a) \cdot L^r\right)^{\frac{1}{r}} </math>
ໂດຍທີ່
* <math>Q</math> = ຜົນຜະລິດ
* <math>F</math> = ຜະລິດຕະພາບປັດໃຈ
* <math>a</math> = ສຳປະສິດອັດຕາສ່ວນ
* <math>K</math>, <math>L</math> = ປັດໃຈການຜະລິດພື້ນຖານ (ທຶນ ແລະ ແຮງງານ)
* <math>r</math> = <math>{\frac{(s-1)}{s}}</math>
* <math>s</math> = <math>{\frac{1}{(1-r)}}</math> = ຄວາມຍືດຍຸ່ນຂອງການທົດແທນ.
ຮູບແບບທົ່ວໄປ ຂອງ ຕຳລາການຜະລິດຊີອີເອັສ ແມ່ນ :
:<math> Q = \left[\sum_{i=1}^n a_{i}^{\frac{1}{s}}X_{i}^{\frac{(s-1)}{s}}\ \right]^{\frac{s}{(s-1)}}</math>
ໂດຍທີ່
* <math>Q</math> = ຜົນຜະລິດ
* <math>F</math> = ຜະລິດຕະພາບປັດໃຈ
* <math>a</math> = ສຳປະສິດອັດຕາສ່ວນ
* <math>X</math> = ປັດໃຈການຜະລິດ (i = 1,2...n)
* <math>s</math> = ຄວາມຍືດຍຸ່ນການທົດແທນ.
==ຕຳລາຜົນປະໂຫຍດຊີອີເອັສ==
ຖ້າ <math>n</math> ປະເພດ ສິນຄ້າ <math>c_i</math>, ການຊົມໃຊ້ສັງລວມ <math>C</math> ສາມາດຖືກນິຍາມໄດ້ ໂດຍ ໂຕສັງລວມ CES:
:<math> C = \left[\sum_{i=1}^n a_{i}^{\frac{1}{s}}c_{i}^{\frac{(s-1)}{s}}\ \right]^{\frac{s}{(s-1)}}</math>
ໃນນີ້, <math>a_i</math> ແມ່ນສຳປະສິດອັດຕາສ່ວນ, ແລະ <math>s</math> ແມ່ນ ຄວາມຍືດຍຸ່ນ ຂອງ ການທົດແທນ. ສະນັ້ນ ສິນຄ້າຈະ <math>c_i</math> ແມ່ນ ສິນຄ້າທົດແທນແບບສົມບູນ ໃນກໍລະນີ <math>s </math> ກ້າວໄປຫາອະສົງໄຂ ແລະ ຈະແມ່ນ ສິ່ງທີ່ປ່ຽນແທນກັນບໍ່ໄດ້ແບບສົມບູນ ໃນ ກໍລະນີ <math>s=0</math>. ໂຕສັງລວມຊີອີເອັສ ບາງເທື່ອກໍ່ຖືກເອີ້ນວ່າ ໂຕສັງລວມອາມິງເຕິນ ດັ່ງໄດ້ກ່າວເຖິງ ໃນ [[ທ່ານ ພອນ ອາມິນເຕິນ]] (1969).<ref>P.S. Armington (1969), A theory of demand for products distinguished by place of production. IMF Staff Papers (16), pp. 159-178.
</ref>
[[ໝວດ:ເສດຖະສາດ]]
[[ໝວດ:ເສດຖະສາດຈຸນລະພາກ]]
[[ໝວດ:ເສດຖະສາດມະຫາພາກ]]
[[de:CES-Funktion]]
[[en:Constant elasticity of substitution]]
[[fr:Fonction de production CES]]
[[hu:CES-függvény]]
[[ro:Funcție de producție CES]]All content in the above text box is licensed under the Creative Commons Attribution-ShareAlike license Version 4 and was originally sourced from https://lo.wikipedia.org/w/index.php?oldid=40130.
![]() ![]() This site is not affiliated with or endorsed in any way by the Wikimedia Foundation or any of its affiliates. In fact, we fucking despise them.
|