Revision 43934 of "ເມືອງຫຼວງພະບາງ" on lowiki[[ຮູບ:Luangphabang okt98.jpg|thumbnail|300px]]
[[ຮູບ:Karte luang prabang laos.png|thumbnail|left]]
[[ຮູບ:Louangphrabang_district_in_Laos.png|thumb|left]]
'''ເມືອງຫຼວງພະບາງ'''{{spaces}}ແມ່ນເມືອງເອກຂອງ[[ແຂວງຫຼວງພະບາງ]] ຢູ່ທາງພາກເໜືອຂອງປະເທດ ຕັ້ງຢູ່ຮິມນ້ຳຂອງແລະນ້ຳຄານ ເຊິ່ງໄຫຼມາບັນຈົບກັນ ເປັນເມືອງທີ່ອົງການຍູເນສໂກ ໄດ້ຍົກຍ່ອງໃຫເປັນ[[ມໍລະດົກໂລກ]]ດ້ວຍ
== ປະຫວັດສາດ ==
ເມືອງຫຼວງພະບາງມີໃນອະດີດແມ່ນ ລາຊະທານີ ທີ່ຮຸ່ງເຮືອງແລະເຟື່ອງຟູທີ່ສຸດຂອງອານາຈັກລ້ານຊ້າງ ທີ່ມີ ນາມວ່າ ກຸງສີສັດຕະນາຄະນະຫຸຕ ນັບໄດ້ວ່າເມືອງຫຼວງພະບາງ ແມ່ນ ເມືອງທີ່ງົດງາມ ໃນສິນລະປະຂອງສະຖາປັດຕະຍະກຳ ວັດທະນະທຳ ປະເພນີ ລະ ຂະຫນົບທຳນຽມ ໃນການດຳລົງຊີວິດຫລາຍ ຈຶ່ງເຮັດໃຫ້ອົງການ ຢູເນສໂກ ໄດ້ຂຶ້ນທະບຽນໃຫ້ັເປັນ ມໍລະດົກໂລກທາງວັດທະນະທຳຂອງມວນມະນຸດຊາດ ຕັ້ງແຕ່ ປີ ພ.ສ.໒໕໑໐ ປັດຈຸບັນແຂວງຫຼວງພະບາງ ປະກອບດ້ວຍ ໑໐ ເມືອງ
== ພູມປະເທດ ==
ເມືອງຫຼວງພະບາງ ຕັ້ງຢູ່ທາງທິດເຫນືອຂອງສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ແຄມຝັ່ງແມ່ນ້ຳໂຂງ ຫ່າງຈາກເມືອງວຽງຈັນ ເປັນ ໄລຍະທາງ ໔໒໐ ກ.ມ. ອ້ອມຮອດດ້ວຍພູ ບ່ອນທີ່ແມ່ນ້ຳຂອງ ແລະ ແມ່ນ້ຳຄານໄຫລມາ ຈອດກັນພໍດີ
== ມໍລະດົກໂລກ ==
[[ຮູບ:Phou si - Mekong River - Luang Prabang Laos プーシーの丘、メコン川 ラオス・ルアンプラバーン DSCF6803.jpg|700px|thumb|right|ເມືອງຫຼວງພະບາງ]]
ຫຼວງພະບາງໄດ້ຮັບການຂຶ້ນທະບຽນໃຫ້ເປັນມໍລະດົກໂລກດ້ວຍເຫດຜົນ ແມ່ນ ມີວັດອາຮາມເກົ່າແກ່ຫຼາຍ ມີບ້ານເຮືອນອັນເປັນເອກກະລັກໂດດເດັ່ນ ຕົວເມືອງຕັ້ງຢູ່ຮິມນ້ຳຂອງແລະນ້ຳຄານ ເຊີ່ງໄຫຼມາບັນຈົບກັນທ່າມກາງທຳມະຊາດອັນງົດງາມ ແລະ ຊາວຫຼວງພະບາງມີບຸກຄະລິກທີ່ຍິ້ມແຍ້ມແຈ່ມໃສ ເປັນມິດ ມີຂະໜົບທຳນຽມປະເພນີທີ່ງົດງາມ
ໃນຂະໜະທີ່ມໍລະດົກໂລກແຫ່ງອື່ນອາດໄດ້ຂຶ້ນທະບຽນຢ່າງຈຳເພາະເຈາະຈົງໃນໂບລານສະຖານ ທຳມະຊາດ ແຕ່ຫຼວງພະບາງທັ້ງເມືອງໄດ້ຮັບການຂຶ້ນທະບຽນໃຫ້ເປັນມໍລະດົກໂລກ ເມື່ອເດືອນທັນວາ ພ.ສ. 2538 ແລະຍັງໄດ້ຮັບການຍົກຍ່ອງວ່າເປັນເມືອງທີ່ໄດ້ຮັບການປົກປ້ອງຮັກສາດີທີ່ສຸດໃນ[[ອາຊີຕະເວັນອອກສຽງໃຕ້]]
== ເບິ່ງຕື່ມ ==
* [[ແຂວງຫຼວງພະບາງ]]
ສະບາຍດີຫຼວງພະບາງ ເມືອງມໍລະດົກໂລກຂອງຊາວລາວທັງປະເທດ.
ເຮົາເອງເປັນນັກສະຖາປະນິກມີຊື່ວ່າ ດ.ຣ ວຽງສະຫວັນ ພິມມະສອນ
== ແຫຼ່ງຂໍ້ມູນອື່ນ ==
* {{wikivoyage|Luang Prabang|ເມືອງຫຼວງພະບາງ}}
* http://whc.unesco.org/pg.cfm?cid=31&id_site=479
{{Commons|Category:Luang Prabang|ເມືອງຫຼວງພະບາງ}}
{{coor title dm|19|53|N|102|08|E|region:LA_type:city}}
[[ໝວດ:ແຂວງຫຼວງພະບາງ]]
[[ໝວດ:ເມືອງໃນປະເທດລາວ|ຫຼວງພະບາງ]]All content in the above text box is licensed under the Creative Commons Attribution-ShareAlike license Version 4 and was originally sourced from https://lo.wikipedia.org/w/index.php?oldid=43934.
![]() ![]() This site is not affiliated with or endorsed in any way by the Wikimedia Foundation or any of its affiliates. In fact, we fucking despise them.
|