Revision 43935 of "ລະບອບປະຊາທິປະໄຕ" on lowiki

{{ຂະຫຍາຍ}}

'''ປະຊາທິປະໄຕ''' (democracy) ແມ່ນແນວຄິດທີ່ເຊື່ອວ່າປະຊາຊົນມີສິດທີ່ຈະປົກຄອງຕົນເອງ ເຊິ່ງແຕກຕ່າງຈາກແນວຄິດກ່ອນໜ້າ ທີ່ເຊື່ອວ່າປະຊາຊົນມີຊີວິດເພື່ອການຮັບໃຊ້ພະມະຫາກະສັດ ຫຼື ມີຊິວິດຕາມຄວາມຕ້ອງການຂອງພະເຈົ້າ ການປ່ຽນກະບວນທັດນີ້ ແມ່ນຜົນຈາກ[[ຍຸກແສງສະຫວ່າງ]]

ປະຊາທິປະໄຕນັ້ນ ກ່າວໄດ້ວ່າ ມີຄວາມໝາຍທັງໃນແງ່ອຸດົມການຫຼືລັດທິຄວາມຄິດທາງການເມືອງ ແລະ ຄວາມໝາຍໃນເຊິງລະບອບການປົກຄອງ ໂດຍແມ່ນທີ່ປະຈັກກັນທົ່ວໄປວ່າ ລະບອບການປົກຄອງທີ່ສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນໄດ້ຢ່າງມີປະສິດພາບແລະປະສິດຜົນ ໂດຍມີກົນໄກ ເງື່ອນໄຂຮອງຮັບສັກສີ ສິດທິເສລີພາບ ແລະ ຄວາມເທົ່າທຽມກັນຂອງບຸຄຄົນ ໃນສັງຄົມ ແມ່ນການປົກຄອງໃນລະບອບປະຊາທິປະໄຕ ເຊິ່ງເປັນລະບອບການປົກຄອງທີ່ຖືວ່າປະຊາຊົນແມ່ນອຳນາດອະທິປະໄຕ ແລະທຶກຄົນບໍ່ເວັ້ນພະມະຫາກະສັດຈະຕ້ອງຢູ່ພາຍໃຕ້ລັດຖະທຳມະນູນ

ຄຳວ່າ ປະຊາທິປະໄຕ ມາຈາກພາສາເກຣັກບູຮານວ່າ “Democratia” ແມ່ນຄຳຜະສົມລະຫວ່າງຄຳວ່າ “Demo” ໝາຍເຖິງປະຊາຊົນຫຼືສາທາລະນະຊົນທົ່ວໄປ ແລະຄຳວ່າ cratia ເຊິ່ງໝາຍເຖິງລະບອບການປົກຄອງ

[[ໝວດ:ລະບອບການປົກຄອງ]]

{{Link FA|ar}}
{{Link FA|he}}