Revision 44072 of "ຫຼັກເກນ ເຮັກເຊີ=ໂອລີນ" on lowiki'''ຫຼັກເກນ ເຮັກເຊີ-ໂອລີນ''' (Huckster-Ohlin theorem) ແມ່ນຫຼັກເກນ ກ່ຽວກັບ ໂຄງສ້າງການຄ້າສາກົນ ຕາມການແບ່ງວຽກ ຄິດຄົ້ນທິດສະດີນີ້ໂດຍ [[ນັກເສດຖະສາດ]]ຄົນ[[ສະວີເດັນ]] [[ທ່ານ ເອລີ ເຮັກເຊີ]] ແລະ [[ທ່ານ ເບລຕີລ ໂອລີນ]]. ຫຼັກເກນດັ່ງກ່າວເວົ້າວ່າ: ໂຄງສ້າງການສົ່ງອອກ ແລະ ນຳເຂົ້າ ຂອງແຕ່ລະປະເທດ ຂຶ້ນກັບອັດຕາສ່ວນຂອງ [[ປັດໃຈການຜະລິດ]]ທີ່ມີ ເຊັ່ນ: [[ທຶນ]], [[ແຮງງານ]]ແລະ ອື່ນໆ. ຍ້ອນຫຼັກເກນດັ່ງກ່າວ, ເຮັດໃຫ້ ທ່ານ ໂອລີນ ໄດ້ຮັບ [[ລາງວັນເສດຖະສາດທະນາຄານສະວີເດັນ ທີ່ລະນຶກ ອາລເຟຼດໂນເບລ]] ພ້ອມກັບນັກເສດຖະສາດສາກົນຄົນອັງກິດອີກທ່ານໜຶ່ງ ຄື[[ທ່ານ ເຈມສ໌ ມີດ]]ໃນປີ 1977. == ສັງລວມຫຍໍ້ ທິດສະດີຂອງເພີ່ນ == ໃນໂລກທີ່ມີ 2 ປະເທດ, 2 ປັດໃຈ ແລະ 2 ຜະລິດຕະພັນ ແລະ ໃນສະພາບການທີ່ບໍ່ມີການເຄື່ອນຍ້າຍປັດໃຈ ການຜະລິດ, ຫຼັກເກນ ເຮັກເຊີ=ໂອລີນ ອະທິບາຍວ່າ: ສຳຫຼັບປະເທດຮັ່ງມີແຮງງານ ທີ່ມີແຮງງານຫຼາຍກວ່າທຶນ, ຄ່າເຊົ່າແຮງງານຈະມີຄ່າຕໍ່າກວ່າຄ່າເຊົ່າທຶນ ດັ່ງນັ້ນ ຜະລິດຕະພັນທີ່ໃຊ້ແຮງງານຫຼາຍ ([[ສຸມແຮງງານ]]) ຈະມີຕົ້ນທຶນການຜະລິດຕໍ່າກວ່າ ຜະລິດຕະພັນທີ່ໃຊ້ ທຶນຫຼາຍ. ກົງກັນຂ້າມ ຢູ່ປະເທດຮັ່ງມີດ້ານທຶນຮອນ ທີ່ມີທຶນຫລາຍກວ່າແຮງງານ, ຄ່າເຊົ່າທຶນ ຈະຕໍ່າກວ່າຄ່າເຊົ່າ ແຮງງານ ເຮັດໃຫ້ຕົ້ນທຶນການຜະລິດສິນຄ້າທີ່ໃຊ້ທຶນຫຼາຍ ([[ສຸມທຶນ]]) ຕໍ່າກວ່າ. ຍ້ອນແນວນັ້ນ, ປະເທດຮັ່ງມີແຮງງານ ຈະສົ່ງຜະລິດຕະພັນສຸມແຮງງານອອກ ຂະນະທີ່ ປະເທດຮັ່ງມີທຶນ ກໍຈະສົ່ງຜະລິດຕະພັນສຸມທຶນ ອອກ. == ບົດຄວາມກ່ຽວຂ້ອງ == * [[ແບບຈຳລອງ ເຮັກເຊີ-ໂອລີນ]] * [[ທິດສະດີແຮງດຶງດູດໃນການຄ້າ]] [[ໝວດ:ເສດຖະສາດ]] [[ໝວດ:ເສດຖະສາດການຄ້າ]] [[ໝວດ:ການຄ້າ]] [[ja:ヘクシャー=オリーンの定理]] All content in the above text box is licensed under the Creative Commons Attribution-ShareAlike license Version 4 and was originally sourced from https://lo.wikipedia.org/w/index.php?oldid=44072.
![]() ![]() This site is not affiliated with or endorsed in any way by the Wikimedia Foundation or any of its affiliates. In fact, we fucking despise them.
|