Revision 44359 of "ໝາກຫຸ່ງ" on lowiki

'''ໝາກຫຸ່ງ'''  (ຊື່ທາງວິທະຍາສາດ: Carica papaya) ເປັນໄມ້ຜົນຊະນິດໜຶ່ງ. ສູງປະມານ 5-10 ແມັດ ມີຖິ່ນກຳເນີດໃນອະເມລິກາກາງ. ລູກດິບມີສີຂຽວ. ເມື່ອສຸກແລ້ວເນື້ອໃນຈະມີສີເຫຼືອງເຖິງສົ້ມ. ມັກນຳມາກິນທັງສົດແລະນຳໄປປຸງກັບຂອງກິນ ເຊັ່ນ ຕຳໝາກຫຸ່ງ ເປັນຕົ້ນ. ຫຼືນຳໄປແປຮູບເປັນຜະຫຼິຕະພັນອື່ນ ໆ ກໍ່ໄດ້.
== ໜ້າຕາຂອງໝາກຫຸ່ງ ==
ໝາກຫຸ່ງແມ່ນ[[ພືດລົ້ມລຸກ|ໄມ້ລົ້ມລຸກ]] (ບາງເທື່ອອາດເຂົ້າໃຈຜິດວ່າເປັນ[[ພືດຢືນຕົ້ນ|ໄມ້ຢືນຕົ້ນ]]). ໃບມີລັກສະນະເປັນໃບດ່ຽວ 5-9 ແສກ. ເກາະກຸ່ມຢູ່ທາງເທິງສຸດຂອງລຳຕົ້ນ. ພາຍໃນກ້ານໃບແລະໃບມີຍາງໜຽວສີຂາວຢູ່.

ໝາກຫຸ່ງບາງຕົ້ນອາດມີດອກພຽງເພດດຽວ. ແຕ່ບາງຕົ້ນອາດມີດອກໄດ້ທັງສອງເພດກໍ່ໄດ້. ລູກເປັນຮູບລີ. ອາດໜັກໄດ້ເຖິງ 9 ກິໂລກຳ. ລູກດິບມີສີຂຽວ ແລະມີນ້ຳຍາງສີຂາວສະສົມຢູ່ເປືອກ. ສ່ວນລູກສຸກ ເນື້ອໃນຈະມີສີເຫຼືອງເຖິງສົ້ມ. ມີເມັດສີດຳນ້ອຍ ໆ ຢູ່ພາຍໃນກິນບໍ່ໄດ້.

[[ໝວດ:ໝາກໄມ້]]

[[en:Papaya]]