Revision 44547 of "ໝາກຫຸ່ງ" on lowiki'''ໝາກຫຸ່ງ''' (ຊື່ທາງວິທະຍາສາດ: Carica papaya) ເປັນໄມ້ຜົນຊະນິດໜຶ່ງ. ສູງປະມານ 5-10 ແມັດ ມີຖິ່ນກຳເນີດໃນອະເມລິກາກາງ. ລູກດິບມີສີຂຽວ. ເມື່ອສຸກແລ້ວເນື້ອໃນຈະມີສີເຫຼືອງເຖິງສົ້ມ. ມັກນຳມາກິນທັງສົດແລະນຳໄປປຸງກັບຂອງກິນ ເຊັ່ນ ຕຳໝາກຫຸ່ງ ເປັນຕົ້ນ. ຫຼືນຳໄປແປຮູບເປັນຜະຫຼິຕະພັນອື່ນ ໆ ກໍ່ໄດ້. == ໜ້າຕາຂອງໝາກຫຸ່ງ == ໝາກຫຸ່ງແມ່ນ[[ພືດລົ້ມລຸກ|ໄມ້ລົ້ມລຸກ]] (ບາງເທື່ອອາດເຂົ້າໃຈຜິດວ່າເປັນ[[ພືດຢືນຕົ້ນ|ໄມ້ຢືນຕົ້ນ]]). ໃບມີລັກສະນະເປັນໃບດ່ຽວ 5-9 ແສກ. ເກາະກຸ່ມຢູ່ທາງເທິງສຸດຂອງລຳຕົ້ນ. ພາຍໃນກ້ານໃບແລະໃບມີຍາງໜຽວສີຂາວຢູ່. ໝາກຫຸ່ງບາງຕົ້ນອາດມີດອກພຽງເພດດຽວ. ແຕ່ບາງຕົ້ນອາດມີດອກໄດ້ທັງສອງເພດກໍ່ໄດ້. ລູກເປັນຮູບລີ. ອາດໜັກໄດ້ເຖິງ 9 ກິໂລກຳ. ລູກດິບມີສີຂຽວ ແລະມີນ້ຳຍາງສີຂາວສະສົມຢູ່ເປືອກ. ສ່ວນລູກສຸກ ເນື້ອໃນຈະມີສີເຫຼືອງເຖິງສົ້ມ. ມີເມັດສີດຳນ້ອຍ ໆ ຢູ່ພາຍໃນກິນບໍ່ໄດ້. [[ໝວດ:ໝາກໄມ້]] All content in the above text box is licensed under the Creative Commons Attribution-ShareAlike license Version 4 and was originally sourced from https://lo.wikipedia.org/w/index.php?oldid=44547.
![]() ![]() This site is not affiliated with or endorsed in any way by the Wikimedia Foundation or any of its affiliates. In fact, we fucking despise them.
|