Difference between revisions 39095 and 49950 on lowiki

{{Infobox_ບໍລິສັດ
| company_name = [[ທະນາຄານການແຫ່ງ ສາທາລະນະລັດ ປະຊາທິໄປໄຕ ປະຊາຊົນລາວ ]](ທະນາຄານແຫ່ງ ສປປລາວ) <br/>Bank of Lao's people Democratic Republic (Bank of Lao PDR )
| company_type = [[ລັດຖະບານ]]
|foundation = 7 ຕຸລາ 1968
|founder = [[ທະນາຄານແຫ່ງ ສປປລາວ]]
|location_city = <br/>ນະຄອນຫລວງວຽງຈັນ
|key_people = [[ທ່ານ ພູເພັດ ຄຳພູນວົງ]] <br/>ຜູ້ອຳນວຍການ
|industry = ທະນາຄານ
|area_served = ປະເທດລາວ
|homepage = [http://www.bol.gov.la.com/ http://www.bol.gov.la.com/]}}
'''<big>ທະນາຄານແຫ່ງ ສປປລາວ</big>''' ([[Bank of Lao PDR]])
== ປະຫວັດຂອງທະນາຄານ ແຫ່ງ ສປປລາວ ==
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ວິວັດທະນາການ, ປະຫວັດຄວາມເປັນມາ ຂອງທະນາຄານຢູ່ ສປປ ລາວ ແຕ່ລະໄລຍະ ຈາກມື້ກຳເນີດມາຮອດປະຈຸບັນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ທະນາຄານຄົບຮອບ 35 ປີ 
07/10/1968 - 07/10/2003
ປະເທດເຮົາໃນສະໄຫມສັກດີນາປົກຄອງ ຫລື ກ່ອນການກຳເນີດລະບົບ ທະນາຄານ (1893 ຄືນຫລັງ ດັ່ງທີ່ເຮົາໄດ້ຮັບຮູ້ກັນແລ້ວ ການຜະລິດທາງດ້ານວັດຖຸແມ່ນປັດໃຈຕັດສິນການຄົງຕົວ ແລະ ຂະຫຍາຍ ຕົວຂອງສັງຄົມ, ເມືອງລາວບູຮານກໍ່ກຳເນີດຈາກພື້ນຖານການຜະລິດ. ໂດຍສະເພາະແມ່ນກະສິກຳ, ຫັດຖະກຳ ແລະ ການຕະຫລາດ ເຊິ່ງແຕ່ກ່ອນລາວເຮົາເອີ້ນວ່າ " [[ລາດ]] " ຄືກັບເມືອງອື່ນໆຂອງແຫຼມສຸວັນນະພູມອິນດູຈີນ ແຫ່ງນີ້. ອຳນາດເສດຖະກິດໃນເບື້ອງຕົ້ນໄດ້ຈຳກ(contracted; show full)າພາທາງຂອງລະບົບທະນາຄານ ຢູ່ປະເທດເຮົາ ສາມາດແກ່ງ ແຍ້ງແຂ່ງຂັນກັບທະນາຄານຢູ່ພາຍໃນ ແລະ ຂອງຕ່າງປະເທດ, ເຮັດໃຫ້ທະນາຄານເຮົາຍັບເຂົ້າໃກ້ກັບມາດ ຖານສາກົນເທື່ອລະກ້າວ. ຢາກເຮັດໄດ້ແນວນັ້ນມັນຮຽກຮ້ອງ ໃຫ້ພະນັກງານສະມາຊິກພັກທົ່ວຂະແໜງການທະ ນາຄານ ຈົ່ງໄດ້ເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ຕົນຍາດມາໄດ້ໃນໄລຍະຜ່ານມານັ້ນຢ່າງບໍ່ຢຸດຢັ້ງ, ພ້ອມ ກັນຕັດສິນໃຈເປັນນ້ຳໜຶ່ງໃຈດຽວ ເຊີດຊູຈິດໃຈຮັກຊາດເປັນເຈົ້າຕົນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເດັດດ່ຽວ ຜ່ານຜ່າອຸປະສັກຕ່າງໆ ນາໆ ເພື່ອພາຂະແໜງການທະນາຄານກ້າວຂືຶ້ນໄປເລື້ອຍໆຕາມຄວາມຮຽກຮ້ອງຕ້ອງ ການຂອງປະເທດຊາດ ແລະ ຍຸກສະໄໝ.