Difference between revisions 49950 and 49951 on lowiki

{{Infobox_ບໍລິສັດ
| company_name = [[ທະນາຄານການແຫ່ງ ສາທາລະນະລັດ ປະຊາທິໄປໄຕ ປະຊາຊົນລາວ ]](ທະນາຄານແຫ່ງ ສປປລາວ) <br/>Bank of Lao's people Democratic Republic (Bank of Lao PDR )
| company_type = [[ລັດຖະບານ]]
|foundation = 7 ຕຸລາ 1968
|founder = [[ທະນາຄານແຫ່ງ ສປປລາວ]]
|location_city = <br/>ນະຄອນຫລວງວຽງຈັນ
|key_people = [[ທ່ານ ພູເພັດ ຄຳພູນວົງ]] <br/>ຜູ້ອຳນວຍການ
|industry = ທະນາຄານ
(contracted; show full)- ຊັ້ນກາງ 168 ຄົນ
- ຊັ້ນສູງ 07 ຄົນ
- ປະລິນຍາຕີ 09 ຄົນ
=== ສ້າງຢູ່ຕ່າງປະເທດ ===
- ຝຶກອົບຮົມ ແລະ ສຳມະນາຢູ່ຕ່າງປະເທດ 1,416 ຄົນ
- ຊັ້ນກາງ 152 ຄົນ
- ຊັ້ນສູງ 25 ຄົນ
- ເໜືອຊັ້ນສູງ 120 ຄົນ

ນັ້ນແມ່ນການເຄື່ອນໄຫວ ແລະ ຄວາມເປັນໃາແຕ່ອະດີດຈົນເຖິງປະຈຸບັນຂອງທະນາຄານແຫ່ງ ສປປ ລາວພວກເຮົາມີຄວາມພາກພູມໃຈ ແລະ ທໍລະນົງໃຈເປັນຢ່າງຍິ່ງຕໍ່ກັບການເຕີບໃຫຍ່, ຂະຫຍາຍຕົວຕໍ່ກັບຜົນ ງານ,ຜົນສຳເລັດທີ່ຂະແໜງການພວກເຮົາຍາດມາໄດ້ຖືອັນນັ້ນແມ່ນສິ່ງກາລະບູຊາ ແລະ ອຳມະຕະ ຕະຫລອດ ໄປ ແຕ່ຄວາມພາກພູມໃຈ ແລະ ທໍລະນົງໃຈດັ່ງກ່າວມັນບໍ່ໄດ້ຢຸດຢູ່ພຽງເທົ່ານີ້, ມັນຈະຕ້ອງໄດ້ສືບຕໍ່ກ້າວໄປທາງ ໜ້າເລື້ອຍໆ ເພື່ອຄວາມສີວິໄລ ແລະ ຄວາມຮັ່ງມີເຂັ້ມແຂງຂອງປະເທດຊາດ. ນຳປະເທດເຮົາໃຫ້ຫລຸດພົ້ນອອກ ຈາກຄວາມດ້ອຍພັດທະນານັ້ນ ມັນຮຽກຮ້ອງໃຫ້ຂະແໜງການທະນາຄານເຮົາຕ້ອງໄດ້ປັບປຸງຕົນເອງໃຫ້ເຂັ້ມແຂງ ໃນທຸກດ້ານ ເປັນຕົ້ນແມ່ນດ້ານທຶນຮອນ, ດ້ານວິຊາການ, ດ້ານຊັບພະຍາກອນມະນຸດ, ການປະກອບອຸປະກອນ ພາຫະນະເຕັກນິກຕ່າງໆໃຫ້ຄົບຖ້ວນບໍລິບູນ ແລະ ທັນສະໄໝຄືກັບນາໆຊາດທີ່ເພິ່ນກຳລັງກ້າວໄປສູ່ຍຸກສະໄໝ ແຫ່ງຄວາມເຂັ້ມແຂງ ແລະ ທັນສະໄໝ ແນໃສ່ບັນລຸແຜນຍຸດທະສາດທາງດ້ານເງິນຕາ ແລະ ສິນເຊື່ອແຕ່ນີ້ຫາ ປີ 2020 - 2010 - 2005 ທີ່ທະນາຄານແຫ່ງ ສປປ ລາວ ໄດ້ວາງໄວ້. ຫັນທະນາຄານໄປສູ່ຄວາມທັນສະ ໄໝແຕ່ລະກ້າວ. ສາມາດເປັນແກນນຳ, ເປັນເຈົ້າພາທາງຂອງລະບົບທະນາຄານ ຢູ່ປະເທດເຮົາ ສາມາດແກ່ງ ແຍ້ງແຂ່ງຂັນກັບທະນາຄານຢູ່ພາຍໃນ ແລະ ຂອງຕ່າງປະເທດ, ເຮັດໃຫ້ທະນາຄານເຮົາຍັບເຂົ້າໃກ້ກັບມາດ ຖານສາກົນເທື່ອລະກ້າວ. ຢາກເຮັດໄດ້ແນວນັ້ນມັນຮຽກຮ້ອງ ໃຫ້ພະນັກງານສະມາຊິກພັກທົ່ວຂະແໜງການທະ ນາຄານ ຈົ່ງໄດ້ເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ຕົນຍາດມາໄດ້ໃນໄລຍະຜ່ານມານັ້ນຢ່າງບໍ່ຢຸດຢັ້ງ, ພ້ອມ ກັນຕັດສິນໃຈເປັນນ້ຳໜຶ່ງໃຈດຽວ ເຊີດຊູຈິດໃຈຮັກຊາດເປັນເຈົ້າຕົນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເດັດດ່ຽວ ຜ່ານຜ່າອຸປະສັກຕ່າງໆ ນາໆ ເພື່ອພາຂະແໜງການທະນາຄານກ້າວຂືຶ້ນໄປເລື້ອຍໆຕາມຄວາມຮຽກຮ້ອງຕ້ອງ ການຂອງປະເທດຊາດ ແລະ ຍຸກສະໄໝ.